ໃຫ້ຟ້າກັບໂລກຍ້ອງຍໍພຣະເຈົ້າ ເພາະພອນທັງຫຼາຍອັນຊົງປະທານ
ສັນລະເສີນພຣະບິດາຂອງເຮົາ ຍ້ອງຍໍພຣະບຸດແລະພຣະວິນຍານ
ບັນດາມະນຸດທຸກບ່ອນທຸກທີ່ ເຂົ້າເຝົ້າພຣະອົງຍົກສຽງຍິນດີ
ຢຳເກງນັບຖືພຣະເຈົ້າໂລກຟ້າຍ້ອງຍໍພຣະເຈົ້າພຣະຢາໂຮວາ
ເຮົານີ້ບໍ່ໃຊ່ເກີດມາເອງໄດ້ ພຣະເຈົ້າຊັ້ນຟ້າຊົງສ້າງເຮົາໄວ້
ຍ້ອງຍໍພຣະເຈົ້າດ້ວຍສຽງເພງມ່ວນ ເພາະສັນລະເສີນເປັນການສົມຄວນ
ພຣະຢາໂຮວາພຣະເຈົ້າເຮົາດີ ຄວາມເມດຕາຂອງພຣະອົງໝັ່ນມີ
ຄວາມຈິງພຣະອົງຊົງຕັ້ງດ້ວຍຣິດ ຊົງໃຫ້ມີຢູ່ຕໍ່ໄປເປັນນິດ ອາແມນ
ຂ້າຂໍຖວາຍກຽດແດ່ພຣະເຈົ້າຜູ້ສູງສຸດ ພຣະອົງໄດ້ຊົງສຳແດງຄວາມຮັກແກ່ມະນຸດ
ພຣະບຸດຂອງພຣະອົງຊົງຍອມສະລະພຣະຊົນ ເປັນຄ່າໄຖ່ເຮົາທຸກຄົນທຸກຊາດໃຫ້ໄດ້ພົ້ນ
ຊ້ຳ: ຈົ່ງຖວາຍສາທຸການແດ່ພຣະເຈົ້າດ້ວຍຍິນດີ ສັນລະເສີນແດ່ພຣະເຈົ້າ ຈົ່ງໃຫ້ຊາວໂລກຍິນດີ
ເຊີນມາເຝົ້າພຣະເຈົ້າໂດຍພຣະນາມພຣະເຢຊູ ຖວາຍຍົດແດ່ພຣະຜູ້ຊົງເມດຕາເອັນດູ
ຄວາມພົ້ນອັນສົມບູນເຮົາໄດ້ເພາະໂລຫິດໄຖ່ ຜູ້ໃດເຊື່ອພຣະສັນຍາຈະຮັບຊີວິດໃໝ່
ຄົນບາບຈະຊົ່ວຮ້າຍເຖິງປານໃດກໍພົ້ນໄດ້ ພຣະເຢຊູຊົງໂຜດຄວາມພົ້ນແກ່ຜູ້ວາງໃຈ
ພຣະອົງສອນເຖິງສິ່ງໃຫຍ່ຊຶ່ງໄດ້ຊົງກະທຳ ຍິນດີທີ່ພຣະບຸດຄືພຣະເຢຊູຊົງນຳ
ປະຫຼາດໃຈໜັກໜາເມື່ອເຮົາເຫັນພຣະເຢຊູ ຜູ້ບໍຣິສຸດໃຫຍ່ຫຼວງຊຶ່ງເຮົາເຂົ້າເຝົ້າດູ
ສາທຸກນາມຣິດພຣະເຢຊູຄຣິດໃຫ້ເທວະດາຂາບໄຫວ້
ເຊີນພຣະອົງຊົງມົງກຸດເປັນນິດ ກະສັດເຈົ້າຟ້າອົງໃຫຍ່
ເຊີນພຣະອົງຊົງມົງກຸດເປັນນິດ ກະສັດເຈົ້າຟ້າອົງໃຫຍ່
ໄພ່ພົນທັງຫຼາຍທຸກເມືອງທຸກບ້ານທີ່ພຣະອົງຊົງເລືອກໄວ້
ຕ້ອງສັນລະເສີນນະມັດສະການ ກະສັດເໜືອໂລກທົ່ວໄປ
ຕ້ອງສັນລະເສີນນະມັດສະການ ກະສັດເໜືອໂລກທົ່ວໄປ
ຄົນບາບທັງຫຼາຍທີ່ລືມບໍ່ໄດ້ພຣະອົງຊົງຕາຍແທນເຈົ້າ
ຂອງເລີດປະເສີດຈົ່ງຍົກຖວາຍ ແກ່ເຈົ້າກະສັດອົງເຄົ້າ
ຂອງເລີດປະເສີດຈົ່ງຍົກຖວາຍ ແກ່ເຈົ້າກະສັດອົງເຄົ້າ
ມະນຸດສະໂລກທຸກຊາດພາສາອັນມີທົ່ວທຸກປະເທດ
ຕ້ອງຍ້ອງຍໍອານຸພາບເຈົ້າຟ້າ ກະສັດອົງຊົງຣິດເດດ
ຕ້ອງຍ້ອງຍໍອານຸພາບເຈົ້າຟ້າ ກະສັດອົງຊົງຣິດເດດ
ຊາວລຸ່ມທັງຫຼາຍຈົ່ງພ້ອມຂາບລົງກັບໝູ່ຊາວຟ້າຊຸ່ມໃຫຍ່
ຮ້ອງເພງຂາບທູນພຣະບາດພຣະອົງ ກະສັດເໜືອຟ້າໂລກໄຂວ່ ອາແມນ
ແສງແຫ່ງໃຈຂ້າຄືພຣະຜູ້ໄຖ່ ບໍ່ມີມືດຖ້າພຣະອົງຢູ່ໃກ້
ຢ່າໃຫ້ໂລກເປັນເໝືອນເມກບັງຕາ ກັ້ນພຣະອົງໄວ້ຈາກໃຈຂອງຂ້າ
ຂໍຢູ່ກັບຂ້າແຕ່ເຊົ້າຈົນຄ່ຳ ເພາະນອກພຣະອົງບໍ່ເຫັນຜູ້ອື່ນ
ສະຖິດກັບຂ້າຍາມມືດໃກ້ມາ ນອກຈາກພຣະອົງຢ້ານມໍຣະນາ
ຖ້າຂ້າໄດ້ປະພຣະອົງຫຼົງໄປ ຮ້ອງຫາພຣະອົງຜູ້ຊົງຊ່ອຍໄດ້
ໂອ້ພຣະອົງເຈົ້າຂ້າຂໍຊົງໂຜດຟັງ ຂໍຢ່າໃຫ້ກັບເຮັດບາບອີກຊ້ຳ
ໂຜດຊ່ອຍຄົນເຈັບບັນເທົາຄົນຈົນ ດ້ວຍມະຫາພອນອັນຫຼາຍເຫຼືອລົ້ນ
ໃຫ້ຜູ້ທຸກຍາກນອນຫຼັບສະບາຍ ເໝືອນດັ່ງເດັກນ້ອຍສຸກໃຈຜ່ອງໃສ
ສະຖິດໃກ້ຂ້າອວຍພອນເມື່ອຕື່ນ ກ່ອນຂ້າເຮັດການສິ່ງໃດສິ່ງອື່ນ
ຈົນຂ້າໄດ້ເຖິງທີ່ຢູ່ເມືອງຟ້າ ເຕັມດ້ວຍຄວາມຮັກພຣະເຈົ້າຂອງຂ້າ ອາແມນ
ສາທຸ ສາທຸ ສາທຸ ຜູ້ເປັນເຈົ້າຊົງເດຊາ ເວລາເຊົ້າພວກຂ້າສົມຄວນຮ້ອງເພງຍ້ອງຍໍພຣະນາມ
ສາທຸ ສາທຸ ສາທຸ ແດ່ພຣະເຈົ້າຜູ້ເມດຕາ ປາກົດເປັນສາມຕົນ ແມ່ນພຣະເຈົ້າອົງດຽວ
ສາທຸ ສາທຸ ສາທຸ ຊາວສະຫວັນຊາວໂລກາ ຊວນກັນມາຖວາຍພຣະກຽດ ແດ່ຜູ້ເປັນເຈົ້າອົງດຽວ
ອົງຜູ້ບໍຣິສຸດນັ້ນ ຄວນມະນຸດຈະບູຊາ ຜູ້ຊົງສະພາບຢູ່ ຕະຫຼອດວັນເວລາ
ສາທຸ ສາທຸ ສາທຸ ແມ່ນມືດບັງພຣະອົງໄວ້ ເຮັດໃຫ້ຕາຄົນບາບເຮົານີ້ບໍ່ອາດເຫັນຣັດສະໝີ
ພຣະຜູ້ບໍຣິສຸດນັ້ນ ບໍ່ມີໃຜເທົ່າທຽມໄດ້ ສົມບູນດ້ວຍຣິດເດດ ຄວາມຮັກຄວາມເມດຕາ
ສາທຸ ສາທຸ ສາທຸ ຜູ້ເປັນເຈົ້າຊົງຣິດທາ ຣາຊກິດພຣະອົງສຳແດງອຳນາດໃຫ້ຈັກກະວານ
ພີ່ນ້ອທັງຫຼາຍຈົ່ງມີຄວາມສຸກສຳລານໃນພຣະເຈົ້າ
ພີ່ນ້ອທັງຫຼາຍຈົ່ງມີຄວາມສຸກສຳລານໃນພຣະເຈົ້າ
ເພາະວ່າຄວາມສຸກນັ້ນພຣະເຈົ້າໄດ້ປະທານໃຫ້ແກ່ເຮົາ
ເພາະວ່າຄວາມສຸກນັ້ນພຣະເຈົ້າໄດ້ປະທານໃຫ້ແກ່ເຮົາ
ຈົ່ງສັນລະເສີນຄວາມດີທີ່ພຣະອົງຜູ້ໄດ້ໂຜດໃຫ້
ຈົ່ງສັນລະເສີນຄວາມດີທີ່ພຣະອົງຜູ້ໄດ້ໂຜດໃຫ້
ຂອບຄຸນພຣະອົງຜູ້ມີຄວາມຮັກ ຂອບຄຸນອັນຍິ່ງໃຫຍ່
ຂອບຄຸນພຣະອົງຜູ້ມີຄວາມຮັກ ຂອບຄຸນອັນຍິ່ງໃຫຍ່
ພຣະເຢຊູຜູ້ງາມເລີດ ຜູ້ຊົງຄຸ້ມຄອງທົ່ວໂລກາ ຊົງເປັນພຣະເຈົ້າແລະຊົງເປັນມະນຸດ
ຕົວຂ້າຈະຮັກພຣະອົງ ຕົວຂ້າຍົກທູນພຣະອົງຕົນຊົງສະຫງ່າຣາສີສູງສຸດ
ທົ່ງນາໃຫຍ່ກວ້າງງົດງາມ ແຖວພືດພົງກໍແຮງງາມກວ່າ ເຖິງຍາມຣະດູ ເມື່ອປົ່ງໃບດອກບານ
ບ່ອນພຣະເຢຊູຜູ້ໂສພາ ພຣະອົງປະເສີດຫຼາຍກວ່າ ຮັກສາໃຈຂ້າໃຫ້ສຸກສຳລານ
ແສງແດດສ່ອງງາມສົດສີ ແສງດວງຈັນແຮງງາມກວ່ານີ້ ຍັງແສງດວງດາວ ຊຶ່ງສ່ອງແຈ້ງເຫຼື້ອມໃສ
ພຣະເຢຊູ ບໍຣິສຸດ ງາມເລີດດ້ວຍຣັດສະໝີ ຝູງເທວະດາຈິ່ງຂາບລົງໄຫວ້
1 ຂໍພຣະພອນຈາກເບື້ອງເທິງລົງມາ ໃຫ້ໃຈຂ້າລົ້ນເໝືອນລຳທານ
ຂອງທຸກສິ່ງທີ່ຂ້າໄດ້ມີຢູ່ ລ້ວນພຣະອົງເປັນຜູ້ປະທານ
ໂມທະນາພຣະຄຸນຂອງພຣະເຢຊູ ດ້ວຍຂັບຮ້ອງບົດເພງຖວາຍ
ຂ້າຢືນຢູ່ເທິງສີລາໝັ້ນຄົງ ຄືພຣະອົງຜູ້ຮັກຫຼວງຫຼາຍ
2 ໃນອະດີດຊົງຊ່ອຍໃຫ້ມີໄຊ ດຽວນີ້ຂ້າຈິ່ງເພິ່ງອາໄສ
ຂໍຊົງເມດຕາຂ້າສະເໝີໄປ ທັງຈະຊ່ອຍຈົນເຖິງວັນຕາຍ
ພຣະເຢຊູໄດ້ຊົງຕິດຕາມຫາຂ້າ ເມື່ອຫຼົງຈາກທາງໄປສະຫວັນ
ພຣະອົງຊົງເປັນຄວາມຮັກອັນໃຫຍ່ ໄຖ່ດ້ວຍໂລຫິດອັດສະຈັນ
3 ຂ້າເປັນໜີ້ພຣະຄຸນພຣະເຢຊູ ຊົງສະລະພຣະຊົນເພື່ອໄຖ່
ຂໍໃຫ້ຄວາມດີຂອງພຣະອົງນີ້ ດຶງດວງໃຈຂ້າຈົນວັນຕາຍ
ພຣະອົງຊົງຮັກຂ້າສະເໝີຕໍ່ໄປ ແຕ່ຂ້າມັກຫຼົງລືມພຣະຄຸນ
ຕັ້ງແຕ່ນີ້ໄປຂໍຖວາຍຕົວ ກັບພຣະອົງຈົນວັນສຸດທ້າຍ
4 ພຣະບິດາພຣະບຸດພຣະວິນຍານ ກໍປະທານແກ່ສິດທັງຫຼາຍ
ຖ້າພຣະອົງບໍ່ສະເດັດມາໂຜດ ຂ້າຕ້ອງມ້ວຍຕ້ອງໄດ້ຈິບຫາຍ
ຂໍຊົງເອັນດູຂ້າໂຜດເອັນດູຂ້າ ພຣະອົງດຽວໂຜດໃຫ້ພົ້ນໄດ້
ຂໍເມດຕາຂ້າໂຜດເມດຕາຂ້າ ພຣະອົງດຽວໂຜດໃຫ້ພົ້ນໄດ້